
iM Lao Group Company Workshop 2025, ໃນຊ່ວງວັນທີ 8-9 ພະຈິກ 2025 ທີ່ຜ່ານມາ, ກຸ່ມບໍລິສັດ iM Lao (ບໍລິສັດ ໄອເອັມ ລາວ ເຊົ່າສິນເຊື່ອ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄອເອັມລາວ)
ໄດ້ຈັດງານ Company Workshop ປະຈໍາປີ 2025 ເປັນເວລາ 2 ມື້ 1 ຄືນ ຂຶ້ນ ທີ່ ວັງວຽງ ແຂວງວຽງຈັນ. ພາຍໃນງານ, ໄດ້ມີນໍາສະເໜີຜົນການດໍາເນີນງານ 10 ເດືອນທີ່ຜ່ານມາ ພ້ອມທັງ ແລກປ່ຽນຄວາມຄິດເຫັນນໍາພະນັກງານ ແລະ ຄະນະຜູ້ບໍລິຫານ ໃນການວາງ ທິດທາງການດໍາເນີນງານສໍາລັບປີຖັດໄປ.
ນອກຈາກນັ້ນ ຍັງມີກິດຈະກໍາຫຼາກຫຼາຍ ສ້າງເພື່ອເສີມສ້າງຄວາມສາມັກຄີ, ຄວາມມ່ວນຊື່ນ ແລະ ຕອບແທນຄວາມທຸ້ມເທ ຂອງພະນັກງານພາຍໃນງານທາງ ກຸ່ມ ບໍລິສັດ iM Lao ຍັງມີການປະກາດລາຍຊື່ພະນັກງານດີເດັ່ນ ທີ່ໄດ້ຮັບ
ໂອກາດເດີນທາງໄປຢ້ຽມຢາມປະເທດເກົາຫຼີ ໃນເດືອນ ທັນວາ 2025 ທີ່ຈະມາເຖິງນີ້.
ໃນໂອກາດນີ້, ກຸ່ມບໍລິສັດ iM Lao ຂໍສະແດງຄວາມຂອບໃຈມາຍັງພະນັກງານ ແລະ ຄະນະບໍລິຫານທັງໝົດ ທີ່ທຸ່ມແຮງກາຍແຮງໃຈຕະຫຼອດ 10 ເດືອນທີ່ຜ່ານມາ ໃນການຂັບເຄື່ອນບໍລິສັດ, ພ້ອມທັງຂໍສະແດງຂອບໃຈຢ່າງສູງສຸດຕໍ່ ບັນດາຄູ່ຮ່ວມມື ແລະ ລູກຄ້າທຸກທ່ານ ທີ່ໃຫ້ການສະໜັບສະໜູນກຸ່ມບໍລິສັດຂອງພວກເຮົາດ້ວຍດີສະເໜີມາ.
































